On Nov 19, 6:27 pm, dekfangkhong <dekfangkh
...@yahoo.com> wrote:
> It was told that a car loaded with many high ranking LPDR offcials
> were involved in a car accident in Thailand. All of the leaders were
> dead. Do you know who are those leaders? Please share if you have the
> link to the newspaper.
ອີງຕາມເຈົ້າຫນ້າທີ່ລາວທ່ານນື່ງທີ່ວຽງຈັນ ທີ່ບໍ່ຢາກປສົງຈະອອກນາມ ໃດ້ບອກໃຫ້
ຂພຈ ມາວ່າ ມີເຫດການດັ່ງນີ້ເກີດຂື້ນແທ້. ເຈົ້າຫນ້າທີ່ລາວລະດັບສູງຄະນະນີ້
ແລະພ້ອມໂດ້ຍ ຫນ່ວຍປ້ອງກັນຕົວ ຈາກວຽດນາມ ໕ ຄົນ ພາກັນຂັບລົດຕຸກຯ ແລະ
ແກ່ປືນໃຫຍ່ ຂຫນາດ ໑໕໕ມມ ເພື່ອໄປປ້ອງກັນຕົວ. ຂະນະທີ່ນັ່ງລົດຕຸກຯ
ໄປຮ່ວມປະຊຸມອາຊ່ຽນຂັ້ນສູງສຸດນັ້ນ ປືນໃຫຍ່ເລີຍລັ່ນ ເຮັດໃຫ້ ລົດຕຸກຯນັ້ນ
ປີ້ນໄປເປັນ ສາມສີ່ ຮອບ. ຜູ້ທີ່ເຫັນເຫດການ ອີກທ່ານນື່ງຢູ່ທີ່ບາງກອກ
ທີ່ບໍ່ຢາກປສົງຈະອອກນາມ ຄືກັນ ໃດ້ກ່າວວ່າ ອຸບັດຕິ່ເຫດໃນຄັ້ງນີ້
ມີຜູ້ບາດເຈັບໄປຕາມຯກັນ ເກືອບລ້ອຍກ່ວາຄົນ.
ໃນຂະນະດຽວກັນ ລູກປືນໃຫຍ່ລູກດຽວກັນນັ້ນ ກໍ່ໃດ້ມາຕົກ ຢູ່ທົ່ງນາ ຢູ່ທີ່
ແຂວງສຫວັນນະເຂດ ເຮັດໃຫ້ມີຄວາມເສຍຫາຍ ຢ່າງຫລວງຫລາຍ. ທີແລກ ປະຊາຊົນ
ໃນເຂດນັ້ນກໍ່ບໍ່ຮູ້ວ່າ ລູກປືນໃຫຍ່ນັ້ນມາແຕ່ໃສ. ເຈົ້າຫນ້າທີ່ຖ້ອງຖິ່ນ
ກໍ່ໃດ້ແຈ້ງໃຫ້ພວກເຂົາຮູ້ວ່າ ລູກປືນນັ້ນ ມັນແມ່ນຂອງຈັກກະພັດ ທີ່ເອົາ
ທົ່ງນາລາວເຮົາ ເປັນບ່ອນທົດລອງ ອາວຸດໃໝ່. ປະຊາຊົນ
ໃນເຂດນັ້ນກໍ່ເກີດມີຄວາມຄຽດແຄ້ນ ແລະໃດ້ ດ່າວ່າ ແລະ ປະນາມ ອາເມຣິກາ ວ່າ
ຢາກລອງອາວຸດ ຕາແຕກກະບໍ່ເບີ່ງວ່າ ມີຄົນຢູ່ໃກ້ຫັ້ນ. ພວກເຂົາ ຍັງໃດ້ຖາມວ່າ
ທົ່ງພຽງບໍລະເວນ ບໍ່ມີໃຜ ຄືບໍ່ໄປລອງຢູ່ຫັ້ນ.
ອັນນີ້ ແມ່ນຂ່າວທີ່ໃດ້ຍິນມາ. ແທ້ ບໍ່ແທ້ ຫັ້ນບໍ່ຮູ້ ແຕ່ ນັ່ງຢັນໃດ້. ແຕ່
ຢືນຢັນນັ້ນຫັ້ນ ຢັງບໍ່ທັນຮູ້ເທື່ອ.